ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນດັບ 2 ຂອງ ກຳປູເຈຍ


     ອີງ​ຕາມ​ຂ່າວ​ຈາກ​ວິ​​ທະ​ຍຸ​ກະຈາຍສຽງ​ຫວຽດນາມ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 13 ມີນາ 2024 ຜ່ານ​ມາ​ນີ້​ວ່າ: ກະຊວງ​ເສດຖະກິດ ແລະ
ການ​ເງິນ ກຳປູເຈຍ ໄດ້​ປະກາດ​ຂໍ້​ມູນ​ໃຫ້​ຮູ້​ວ່າ: ໃນ 2 ເດືອນ​ຕົ້ນ​ປີ 2024, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ ຫວ່າງຫວຽດນາມ ແລະ ກຳປູເຈຍ
ບັນລຸ​ໄດ້​ກວ່​​າ 1,41 ຕື້​ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 30,4% ເມື່ອ​ທຽບໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ພິເສດ​ແມ່ນ ຈຳນວນ​ສິນຄ້າ​ສົ່ງ​
ອອກ​ຂອງ ກຳປູເຈຍ ໄປ​ຍັງ ຫວຽດນາມ ບັນລຸ​ໄດ້​ກວ່​​າ 801 ລ້ານ​ໂດ​ລາ​ສະຫະລັດ ໃນ​ຂະນະ​ທີ່​ກຳປູເຈຍ ກໍ​ນຳ​ເຂົ້າ​ສິນ ຄ້າ​ຈາກ​ຫວຽດນາມ
ມີ​ມູນ​ຄ່າ ​ກວ່າ 612 ລ້ານ​ໂດ​ລາ​ສະຫະລັດ. ອີງໃສ່​ຕົວ​ເລກ​ດັ່ງກ່າວ, ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ
ກຳ​ປູ​ເຂຍ ໃນ​ບັນດາ ປະເທດ​ສະມາຊິກ ອາ​ຊຽນ ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໃຫຍ່​ອັນ​ດັບ 2 ຂອງ ກຳປູເຈຍ​ໃນ​ໂລກ,
ຖັດ​ຈາກ ຈີນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/03/2024